top of page
"Inspire Me"
"Friendly"
"Very helpful"
"Professional"

ຂຸນສະນັ່ນ ຣາດຊາພົນ  (EC English, Oxford)

 

ຕອນນີ້ນ້ອງຮຽນຢູ່ທີ່ EC English, Oxford ໂຮງຮຽນຕັ້ງຢູ່ໃຈກາງເມືອງ Oxford ທີ່ສຸດ ຢ່າງພຽງແຕ່ 5ກ້າວກໍ່ສາມາດໄປເຖິງ Bus Station ສາມາດເດີນທາງເຂົ້າ ສະໜາມບີນ, London , ແລະເມື່ອງຕ່າງໆ ໄດ້ຢ່າງສະດວກສະບາຍ, ທີ່ສຳຄັນໂຮງຮຽນນີ້ດູແລເບີ່ງແຍງນັກຮຽນເປັນຢ່າງດີ, ເອົາໃຈໃສ່ນັກຮຽນຫຼາຍ ອາຈານກໍ່ເປັນກັນເອງ ເວລາມີບັນຫາໃນການຮຽນກໍ່ສາມາດຍ່າງໄປລົມກັບອາຈານແບບຕົວຕໍ່ຕົວໃດ້ເລີຍ, ບໍລິເວນອ້ອມຮອບໂຮງຮຽນເຕັມໄປດ້ວຍ ຮ້ານກະເຟ, ແຫຼ່ງ ຮ້ານຄ້າ, ຮ້ານ ອາຫານ ແລະ ຍັງເປັນເມື່ອງທີ່ປອດໄພ, ຢູ່ງ່າຍ, ຄ່າໃຊ້ຈ່າຍຄ່າຄອງຊີບບໍ່ແພງປານໃດຖ້າທ້ຽບກັບ London ເຊີ່ງເປັນເມື່ອງທີ່ເໝາະສົມສຳລັບການຮຽນທີ່ສຸດ
ສຸດທ້າຍນ້ອງຂໍຝາກເຖິງໝູ່ໆທຸກຄົນທີ່ຕ້ອງການມາຮຽນທີ່ປະເທດອັງກິດໃຫ້ນຶກເຖິງເມືອງ Oxford ເປັນອັນດັບແລກເພາະເປັນເມືອງທີ່ເໝາະສົມກັບການຮຽນຫຼາຍທີ່ສຸດ ແລະ ໃຫ້ຄິດເຖິງ British Education Centre ເປັນບ່ອນທຳອິດເພາະທາງຫ້ອງການບໍລິການ ແລະ ດູແລນັກຮຽນທຸກຄົນເປັນຢ່າງດີນັບຕັ້ງແຕ່ມື້ສະໝັກຮຽນຈົນເຖິງຮອດເວລາເດີນທາງມາຮຽນ “

ຂຸນສະນັ່ນ ຣາດຊາພົນ

Cash (University of Huddersfield)

Tips for studying and living in the UK 

" ຮຽນຢູ່ປະເທດອັງກິດບໍ່ໃດ້ຍາກແລະແພງຢ່າງທີ່ເຈົ້າຄິດ " 
ໂດຍສ່ວນໂຕທີ່ເປັນນັກຮຽນຂອງມະຫາວິທະຍາໄລ Huddersfield ຮູ້ສືກວ່າມະຫາວິທະຍາໄລນີ້ ເລື່ອງການຮຽນການສອນແມ່ນດີຫຼາຍແລະທາງມະຫາວິທະຍາໄລຍັງສົງເສີ່ມໃຫ້ເຮັດກິດຈະກຳໃໝ່ໆຕະຫຼອດອາຈານກໍ່ເປັນກັນເອງສາມາດຂໍຄຳປືກສາຈາກອາຈານໃດ້ຕະຫຼອດເວລາເລີຍແລະທີ່ສຳຄັນຄ່າຄອງຊີບຢູ່ທີ່ນີ້ບໍ່ແພງຢ່າງທີ່ຄິດເລີຍ ເຊື່ອບໍ່ວ່າໃນເດືອນໜື່ງນ້ອງໃຊ້ເງີນພຽງ 300ປອນ (ບໍ່ເຊື່ອແມ່ນບໍ່ວ່າເງີນ 300ປອນສາມາໃຊ້ຈ່າຍໃນປະເທດອັງກິດໃດ້ເປັນເດືອນ) ໃນ 300ປອນນ້ອງຊື້ເຂົ້າອາຫານ3ຄາບ ຊື້ເຂົ້າໜົມ ແລະ ຍັງໃດ້ອອກໄປທ່ຽວກັບໝູ່ໃດ້ຕາມປົກະຕິ ສີ່ງທີ່ນ້ອງເວົ້າມານີ້ແມ່ນຄວາມຈີງທີ່ຫຼາຍຄົນຍັງບໍຮູ້ ວ່າເງີນ 300ປອນສາມາໃຊ້ໃດ້ເປັນເດືອນ ໃນປະເທດອັງກິດ. Huddersfield ເປັນເມືອງນ້ອຍໆບໍ່ວຸ້ນວາຍແລະກໍ່ມີພຽງມະຫາວິທະຍາໄລດຽວ ແລະ ຖ້າຕ້ອງການຊື້ເຄື່ອງໃຊ້ຕ່າງໆກໍ່ສາມາດຂື້ນລົດໄຟໄປທີ່ເມືອງ Leeds ໃຊ້ເວລາພຽງ 20ນາທີ ຫຼືຈະໄປເມື່ອງ Manchester ກໍ່ພຽງ 30ນາທີເທົ່ານັ້ນກໍ່ຮອດແລ້ວ ຫຼືຢາກອອກໄປກີນເຂົ້າຕາມຮ້ານອາຫານກໍ່ໄປໃດ້ສະດວກຢ່າງງ່າຍດາຍແຕ່ຖ້າຢາກ ໄປຫຼີ້ນທີ່ເມື່ອງ Londonກໍ່ສາມາດໄປໃດ້ໃຊ້ເວລາພຽງ 3ຊົວໂມງ ແລະຖ້າໃຜທີ່ຢາກຈະຊື້ເຄື່ອງລາຄາບໍ່ແພງກໍ່ສາມາດເລື້ອກຊື້ຕາມຮ້ານຄ້າທີ່ມີໂປຣໂມຊັ້ນສ່ວນຫຼຸດ ຄືນ້ອງເອງມັກຈະໄປຍ່າງເລາະຊື້ເຄື່ອງທີ່ Oxford Street ເລາະໄປຕາມຮ້ານຄ້າຕ່າງໆ ທີ່ມີ Promotion Sale ໂດຍສ່ວນຫຼາຍປະເທດອັງກິດຈະມີສ່ວນຫຼຸດເຖີງ 50-70% ໃນຊ່ວງເດືອນ7ແລະເດືອນ12 ໃນຊ່ວງສອງເດືອນນີ້ແມ່ນມີສ່ວນຫຼຸດຫຼາຍທີ່ສຸດຕາມShopຕ່າງໆ.
ມື້ນີ້ເລີຍມາແນະນຳນ້ອງໆນັກຮຽນທີ່ມີແຜນຈະໄປຮຽນຕໍ່ຕ່າງປະເທດ Cash ແນະນຳເລີຍ University of Huddersfield ແລະມະຫາວິທະຍາໄລນີ້ຍັງເໝາະສຳລັບນ້ອງໆທີ່ຮຽນບໍ່ຢາກຮຽນແບບກົດດັນຫຼາຍປານໃດຫຼັກສູນການຮຽນຢູ່ນີ້ກໍ່ບໍ່ຍາກເກີນໄປຮັບປະກັນມາຮຽນຢູ່ທີ່ມະຫາວິທະຍາໄລນີ້ຈົບແນ່ນອນ.

bottom of page